14/01/2022

ໃນຕອນເຊົ້າຂອງວັນທີ 12 ມັງກອນ 2022 ນີ້, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເຜີຍແຜ່ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະໄໝທີ XI ແລະ ວັນຊາດທີ 02 ທັນວາ ຄົບຮອບ 46 ປີ (2 ທັນວາ 1975 – 02 ທັນວາ 2021), ຂຶ້ນທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າເຕັກໂນໂລຊີອັດສະລິຍະ (ບ້ານດອນຕິ້ວ), ນະຄອນຫຼວງວຽງຈັນ. ໃຫ້ກຽດຂຶ້ນເຜີຍແຜ່ໂດຍ ສະຫາຍ ປອ ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງ ຕສ ມີຄະນະພັກ, ຄະນະໜ່ວຍພັກບັນດາກົມ/ທຽບເທົ່າ, ຄະນະພະແນກ/ຮອງພະແນກເຂົ້າຮ່ວມ.
ສະຫາຍ ປອ ສັນຕິສຸກ ສິມມາລາວົງ ໄດ້ຍົກໃຫ້ເຫັນເຖິງຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະໄໝທີ XI ເລກທີ 102/ຄຈສພ, ບົດແນະນໍາ ຂອງຄະນະກວດກາສູນກາງພັກ ວ່າດ້ວຍການຈັດຕັ້ງກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI, ເລກທີ 194/ຄກສພ, ກ່ຽວກັບການຕິດຕາມ, ກວດກາພັກ, ຄະນະກວດກາ ແລະ ຄະນະວິໄນຂອງພັກແຕ່ລະຂັ້ນ, ວັນຊາດທີ 02 ທັນວາ ຄົບຮອບ 46 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ (13 ທັນວາ 1920 – 13 ທັນວາ 2021) ແລະ ຜົນສໍາເລັດການກໍ່ສ້າງທາງລົດໄຟ ລາວ-ຈີນ ເພື່ອເຮັດໃຫ້ຄະນະພັກ, ສະມາຊິກພັກ ສາມາດກໍາແໜ້ນ, ຮັບຮູ້-ເຂົ້າໃຈເລີກເຊິ່ງ, ໃນການປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ໄດ້ຢ່າງຄົບຖ້ວນ, ເຂັ້ມງວດ, ເອກະພາບທົ່ວປະເທດ ແລະ ເປັນບ່ອນອີງໃນການຈັດຕັ້ງເຄື່ອນໄຫວປະຕິບັດວຽກງານ, ຕິດຕາມກວດກາ ການຈັດຕັ້ງພັກ, ຄະນະພັກ ແຕ່ລະຂັ້ນ ແລະ ສະມາຊິກໃນໜ່ວຍຂອງຕົນ, ເພີ່ມທະວີຄວາມເປັນເອກະພາບ ໃນການປັບປຸງກໍ່ສ້າງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ການນໍາພາ, ຍົກສູງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ພາລະບົດບາດ, ໜ້າທີ່, ສິດ ໃນການເຄື່ອນໄຫວວຽກງານ ຕິດຕາມກວດກາ ແນໃສ່ເຮັດໃຫ້ການປະຕິບັດໜ້າທີ່ການເມືອງຂອງທຸກການຈັດຕັ້ງ ດໍາເນີນໄປຖືກຕ້ອງຕາມແນວທາງ, ມະຕິ, ຄໍາສັ່ງ, ກົດລະບຽບພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ.
ພ້ອມນີ້, ທ່ານໄດ້ເລົ່າຄືນມູນເຊື້ອ ແລະ ຄວາມສໍາຄັນຂອງວັນຊາດທີ 02 ທັນວາ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 101 ປີ (13 ທັນວາ 1920 – 13 ທັນວາ 2021) ທີ່ມີມູນເຊື້ອທີ່ສະຫງ່າອົງອາດແຫ່ງການຕໍ່ສູ້ຕ້ານການຮຸກຮານ ສັດຕູຈາກພາຍນອກ ແລະ ການສ້າງສາພັດທະນາ ໂດຍສືບທອດມູນເຊື້ອອັນອົງອາດ, ກ້າຫານຈາກບັນພະບູລຸດ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ຕ້ານການຮຸກຮານ ແລະ ການຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນ ແບບເກົ່າ ແລະ ໃໝ່ ໃຫ້ສາມາດປົດປ່ອຍປະເທດຊາດຢ່າງມີໄຊ ແລະ ໄດ້ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ຄຽງຄູ່ກັບຜົນງານການສ້າງສາປະເທດຊາດຂອງພັກ-ລັດ ແລະ ຄຸນງາມຄວາມດີ ອັນໃຫຍ່ຫຼວງ ຂອງປະທານ ໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ, ການປະຕິວັດລາວ ຊຶ່ງທ່ານເປັນຜູ້ນໍາທີ່ມີນໍ້າໃຈເສຍສະຫຼະເພື່ອຊາດ ແລະ ເພື່ອປະຊາຊົນທີ່ແທ້ຈິງ ເປັນແບບຢ່າງໃນການຊີ້ນໍາ-ນໍາພາ, ເຮັດວຽກມີແບບແຜນ, ດໍາລົງຊີວິດແບບລຽບງ່າຍ, ບໍ່ຟຸມເຟື້ອຍ, ເປັນຜູ້ນໍາທີ່ເຄົາລົບຮັກຂອງປວງຊົນທັງຊາດ ຊຶ່ງພວກເຮົາ ຄົນຮຸ້ນໜຸ່ມນ້ອຍ ຕ້ອງໄດ້ຕັ້ງໜ້າຮໍ່າຮຽນ ແລະ ສືບທອດມໍລະດົກອັນລໍ້າຄ່າ ຂອງທ່ານປະທານ ໄກສອນ ພົມວິຫານ ໄດ້ສ້າງໄວ້ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າຕະຫຼອດໄປ.
ພາບ+ຂ່າວ: ພະແນກປະຊາສໍາພັນ.