30/12/2021

ພິທີມອບນາມມະຍົດຊາວໜຸ່ມ 4 ບຸກ ປະຈຳປີ 2019 ຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ຄຊປປລ), ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ( ກຕສ ) ໄດ້ຈັດຂຶ້ນ ໃນຕອນເຊົ້າວັນທີ 28 ທັນວາ 2021 ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 05 ຕຶກກະຊວງ ຕສ. ໂດຍມີ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງ ຕສ, ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫາຍ ພວງປະເສີດ ແກ້ວສຸວັນ ກຳມະການສູນກາງຊາວໜຸ່ມປະຊົນປະຕິວັດລາວ, ເລຂາ ຄຊປປລ, ກະຊວງ ຕສ, ພ້ອມດ້ວຍບັນດາສະຫາຍ ຕາງໜ້າອົງການຈັດຕັ້ງແມ່ຍິງ ແລະ ກຳມະບານ ຮ່ວມເປັນຄະນະປະທານ. ມີບັນດາສະຫາຍຄະນະບໍລິຫານງານ, ຕາງໜ້າຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຕາງໜ້າຄະນະຮາກຖານພັກ/ໜ່ວຍພັກ, ອາດີດເລຂາຄະນະບໍລິຫານງານ ຊປປລ ກະຊວງ ຕສ, ບັນດາແຂກທີ່ຖືກເຊີນ ພ້ອມດ້ວຍຕາງໜ້າສະມາຊິກຊາວໜຸ່ມອ້ອມຂ້າງກະຊວງ ເຂົ້າຮ່ວມຢ່າງພ້ອມພຽງ.
ພິທີດັ່ງກ່າວ ໄດ້ຈັດຕັ້ງຂຶ້ນ ໂດຍອີງໃສ່ ມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຢ່າງເຂັ້ມງວດ ໂດຍຈັດໃນຮູບແບບປະສົມປະສານ (Hybrid) ແລະ ຮູບແບບທາງລະບົບຫ້ອງປະຊຸມ (Video Conference) ທີ່ສະມາຊິກຊາວໜຸ່ມ ຈຳນວນຫຼາຍຈາກບັນດາ 21 ຮາກຖານ/ໜ່ວຍຮາກຖານ ອ້ອມຂ້າງກະຊວງ ສາມາດຕິດຕາມການດຳເນີນພິທີຜ່ານລະບົບດັ່ງກ່າວ.
ສະຫາຍ ພວງປະເສີດ ແກ້ວສຸວັນ ໄດ້ຂຶ້ນກ່າວລາຍງານການຈັດຕັ້ງປະຕິບັດວຽກງານ 4 ບຸກ ໃນໄລຍະຜ່ານມາ ຊຶ່ງມີຜົນງານທີ່ພົນເດັ່ນຄື: ໃນວັນທີ 27 ພະຈິກ 2019 ຄະນະບໍລິຫານງານ ຊປປລ ກະຊວງ ຕສ ສະໄໝທີ II ໄດ້ມີການຮັບຮອງເອົາ ແລະ ແຕ່ງຕັ້ງຄະນະບໍລິຫານງານ ຊປປລ ກະຊວງ ຕສ ຈຳນວນ 13 ສະຫາຍ, ເປັນຍິງ 04 ສະຫາຍ, ລວມມີ 18 ພາກສ່ວນ, ແບ່ງອອກເປັນ 6 ຮາກຖານ ແລະ 12 ໜ່ວຍ, ມີສະມາຊິກທັງໝົດ 2.233 ສະຫາຍ, ຍິງ 1,007 ສະຫາຍ, ສະມາຊິກພັກທັງໝົດ 438 ສະຫາຍ, ເປັນຍິງ 135 ສະຫາຍ, ສະມາຊິກຊາວໜຸ່ມທີ່ໄດ້ຮັບການປະເມີນ ທັງໝົດ 2.068 ສະຫາຍ, ປະເພດແຂງໄດ້ 1.958 ສະຫາຍ ແລະ ກາງ 110 ສະຫາຍ, ໃນຂໍ້ແຂ່ງຂັນແຕ່ລະດ້ານ ປະກອບມີ ດ້ານການເມືອງແນວຄິດໄດ້ 93,06%, ການເຝິກຝົນຫຼໍ່ຫຼອມດ້ານການຮໍ່າຮຽນໄດ້ 92,13%, ດ້ານການຈັດຕັ້ງໄດ້ 93,26% ແລະ ດ້ານການສ້າງວິຊາຊີບ ແລະ ວຽກເຮັດງານທຳ 92,50%. ມາຮອດປີ 2021 ການປັບປຸງການຈັດຕັ້ງຂອງສອງກະຊວງ ກໍ່ຄື ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ໃນເມື່ອກ່ອນ ໄດ້ໂຮມເຂົ້າກັນເປັນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນປະຈຸບັນ ແລະ ໄດ້ຂະຫຍາຍເປັນ 21 ຮາກຖານ/ໜ່ວຍ. ພ້ອມນີ້, ໄດ້ຮ່ວມກັນເຄື່ອນໄຫວວຽກງານຊາວໜຸ່ມ, ໂດຍສະເພາະ ກໍ່ຄື ການກະກຽມສ້າງຂະບວນການຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກກະຊວງ ຕສ ທີ່ຈະໄຂຂຶ້ນໃນມໍ່ໆນີ້. ພາຍໃຕ້ການຊີ້ນຳ-ນຳພາ ຂອງຄະນະພັກ ກະຊວງ ຕສ ແລະ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວຢ່າງໃກ້ຊິດຕິດແທດ, ພ້ອມທັງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດສະໄໝທີ VII ແລະ ເອົາໃຈໃສ່ຢ່າງເອົາຈິງເອົາຈັງ, ໜັກແໜ້ນ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຈົນໄດ້ຮັບນາມມະຍົດ ຂອງ ຄຊປປລ 4 ບຸກ ຄື: (1)ບຸກດ້ານການເມືອງແນວຄິດ, (2)ບຸກດ້ານການຝຶກຝົນຫຼໍ່ຫຼອມການຮຽນ, (3)ບຸກດ້ານການຈັດຕັ້ງ ແລະ (4)ບຸກດ້ານວິຊາຊີບ-ສ້າງວຽດເຮັດງານທຳ, ຕາມມາດຕະຖານ ແລະ ເງື່ອນໄຂທີ່ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ວາງອອກ,
ພ້ອມດຽວກັນນີ້, ໄດ້ມີການນຳສະເໜີຂອງຊາວໜຸ່ມຕົວແບບ 2 ສະຫາຍ ເພື່ອຖ່າຍທອດບົດຮຽນ ແລະ ຜົນງານ ການສ້າງສາ ພັດທະນາຕົນເອງ, ຄອບຄົວ ແລະ ສັງຄົມໂດຍລວມ ໃຫ້ແກ່ສະມາຊິກຊາວໜຸ່ມທົ່ວ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຖືເອົາເປັນແບບຢ່າງ ແລະ ຖອດຖອນບົດຮຽນ ນຳໄປປັບໃຊ້ເຂົ້າໃນການດຳເນີນວຽກງານ, ການພັດທະນາເສດຖະກິດ ແລະ ການດຳລົງຊີວິດປະຈຳວັນຂອງຕົນ.
ໃນໂອກາດນີ້, ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ໃຫ້ກຽດໂອ້ລົມ ແລະ ເນັ້ນໜັກໃຫ້ໄວໜຸ່ມ ໃນຂະແໜງການເຕັກໂນໂລຊີ ແລະ ການສື່ສານ ຕ້ອງມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄວາມຮູ້ຄວາມສາມາດ, ມີສະຕິຕໍ່ການຈັດຕັ້ງ ແລະ ປັບປຸງອົງກອນຂອງຕົນໃຫ້ມີປະສິດທິພາບ ກຽມພ້ອມຮັບມືກັບສະພາບການທີ່ມີການປ່ຽນແປງຂອງເຕັກໂນໂລຊີ ຢ່າງບໍ່ຢຸດຢັ້ງ ເພື່ອກຽມຄວາມພ້ອມການກ້າວເຂົ້າສູ່ການຫັນເປັນດິຈິຕອນ ແລະ ອຸດສາຫະກຳ 4.0 ເທື່ອລະກ້າວ. ພ້ອມນັ້ນ, ໃຫ້ເອົາໃຈໃສ່ເຄື່ອນໄຫວວຽກຊາວໜຸ່ມຢ່າງເປັນຂະບວນການຟົດຟື້ນໃຫ້ຕິດພັນກັບ ຂະບວນການຮັກຊາດ ແລະ ພັດທະນາ, ຖືເອົາວຽກວິຊາການ ເປັນຕົ້ນ: ວຽກງານ ເຕັກໂນໂລຊີ, ນະວັດຕະກຳ, ໂທລະຄົມມະນາຄົມ, ອິນເຕີເນັດ, ໄປສະນີ ແລະ ຄວາມປອດໄພໄຊເບີ ຕິດພັນກັບວຽກງານ 4 ບຸກຂອງຊາວໜຸ່ມໃນຍຸກແຫ່ງຂໍ້ມູນຂ່າວສານ, ສືບຕໍ່ຈັດຕັ້ງ ຜັນຂະຫຍາຍ ຝືກຝົນຫຼໍ່ຫຼອມ ຕົນເອງໃຫ້ມີຄວາມຮູ້ ຄວາມສາມາດ, ຕອບສະໜອງ ໄດ້ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ແນ່ໃສ່ສ້າງ ຊາວໜຸ່ມ ທົ່ວຮາກຖານ ມີຄວາມສາມັກຄີ ຢ່າງໜັກແໜ້ນ, ມີນໍ້າໃຈເສຍສະຫຼະ, ເປັນກຳລັງແຮງ ແລະ ເປັນຜູ້ສືບທອດ ທີ່ດີຂອງພັກ ໄປພ້ອມໆ ກັບການຈັດຕັ້ງ ຜັນຂະຫຍາຍ ຂໍ້ແຂ່ງຂັນ 4 ບຸກ ໃຫ້ບັນລຸຄາດໝາຍ ແລະ ສາມາດຮັກສາມູນເຊື້ອ ໃນປີຕໍ່ໆໄປ, ຍົງສູງການສ້າງແນວຄິດຈິດໃຈໃຫ້ຟົດຟື້ນໃນການຊອກຮູ້ຮ່ຳຮຽນຫາຄວາມຮູ້, ຄວາມສາມາດ, ສ້າງຂະບວນການຊາວໜຸ່ມໃຫ້ຫັນລົງກໍ່ສ້າງຮາກຖານ ຕິດພັນກັບການພັດທະນາ ແລະ ປະຕິບັດຕາມຄຳຂວັນທີ່ວ່າ : “ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ບ່ອນໃດຊາດຕ້ອງການຊາວໜຸ່ມຂານອາສາ” ແລະ ເປັນເຈົ້າການປະຕິບັດຄາດໝາຍບຸກທະລຸ ຂອງ ພັກ ແລະ ລັດວາງອອກໃຫ້ປະກົດຜົນເປັນຈິງ .
ຂ່າວ: ຄຊປປລ, ກະຊວງ ຕສ.
ກວດແກ້: ພະແນກປະຊາສໍາພັນ, ຫ້ອງການກະຊວງ.