30/11/2021

ໃນລະຫວ່າງວັນທີ 30 ພະຈິກ ເຖິງ 03 ທັນວາ 2021 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ນຳໂດຍ ທ່ານ ນາງ ພາວັນນາ ດວງບຸບຜາ, ຮອງຫົວໜ້າຫ້ອງການກະຊວງ ຕສ, ຮອງປະທານຄະນະກຳມະການບໍລິຫານງານ APT ສົກປີ 2021-2023 ພ້ອມດ້ວຍຄະນະ ຈາກບັນດາກົມ/ທຽບເທົ່າ ພາຍໃນກະຊວງ ໄດ້ເຂົ້າຮ່ວມກອງປະຊຸມ ຄະນະກຳມະການບໍລິຫານງານ ຄັ້ງທີ 45 (45th Session of the Management Committee (MC-45)) ຂອງອົງການ APT ຜ່ານລະບົບກອງປະຊຸມທາງໄກ, ມີຜູ້ເຂົ້າຮ່ວມຈາກ 37 ປະເທດ ທີ່ເປັນສະມາຊິກຂອງ APT.
ກອງປະຊຸມ MC-45 ໄດ້ຈັດຂຶ້ນທຸກໆປີ ເພື່ອປຶກສາຫາລືສຳຄັນ ເປັນຕົ້ນເຊັ່ນ: ການລາຍງານຈັດຕັ້ງປະຕິບັດແຜນຍຸດທະສາດ 03 ປີ (2021-2023), ການຈັດຕັ້ງປະຕິບັດບັນດາແຜນງານກິດຈະກຳ ສຳລັບປີ 2021 ແລະ ການລາຍງານດ້ານງົບປະມານ, ທຶນສະໜັບສະໜູນພິເສດ ພ້ອມທັງປຶກສາຫາລື ແຜນງົບປະມານ ແລະ ແຜນງານ ປະຈຳປີ 2022.
ສຳລັບກິດຈະກຳຂອງປີ 2021, ສປປ ລາວ ກໍຄືກະຊວງ ຕສ ແມ່ນກຳລັງຈັດຕັ້ງປະຕິບັດ ກິດຈະກຳ ຫັນລະບົບເກັບກໍາຂໍ້ມູນສະຖິຕິ ໄອຊີທີ ເປັນທັນສະໄໝ ພາຍໃຕ້ທຶນສະໜັບສະໜູນພິເສດຂອງ ສປ.ຈີນ ເພື່ອຈັດຕັ້ງປະຕິບັດສຳເລັດໃນຕົ້ນປີ 2022. ໂດຍລະບົບດັ່ງກ່າວ ຈະເປັນເຄື່ອງມືໜຶ່ງທີ່ຊ່ວຍເຂົ້າໃນວຽກງານເກັບກຳຂໍ້ມູນສະຖິຕິ ຂອງກະຊວງ ຕສ ມີຄວາມວ່ອງໄວ ແລະ ທັນສະໄໝຂຶ້ນກວ່າເກົ່າ. ພ້ອມນີ້, ກະຊວງ ຕສ ໄດ້ມີຊ່ຽວຊານຂອງອົງການ APT (APT Expert Mission) ມາຊ່ວຍໃນການໃຫ້ຄຳແນະນຳ ກ່ຽວກັບການສ້າງນະໂຍບາຍ ແລະ ຄ່າທຳນຽມຂັ້ນຕຳ່ສຸດ ເພື່ອສົ່ງເສີມການແບ່ງປັນພື້ນຖານໂຄງລ່າງ ໃຫ້ມີຄວາມຖືກຕ້ອງ, ຊັດເຈນ ແທດເໝາະກັບການດຳລົງຊີວິດໃນຮູບແບບໃໝ່ (New Normal).
ຂ່າວໂດຍ : ພະແນກອົງການຈັດຕັ້ງສາກົນ ແລະ ສອງຝ່າຍ, ຫ້ອງການກະຊວງ, ກະຊວງ ຕສ.