01/10/2021

ໃນວັນທີ 26 ກັນຍາ 2021 ຜ່ານມານີ້, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມ ກອງປະຊຸມປຶກສາຫາລື ອິນເຕີເນັດໂລກ ແລະ ຖານຂໍ້ມູນຂ່າວສານ ລະຫວ່າງ ອາຊຽນ-ສປ.ຈີນ 2021 (World Internet Conference and Dialogue on China - ASEAN Information Harbor) ຜ່ານລະບົບກອງປະຊຸມທາງໄກ. ຊຶ່ງຮ່ວມຈັດຂຶ້ນໂດຍ ຄະນະບໍລິຫານງານ ແລະ ຄຸ້ມຄອງອິນເຕີເນັດ ແຫ່ງ ສປ. ຈີນ ແລະ ລັດຖະບານປະຊາຊົນເຂດປົກຄອງຕົນເອງ ກວາງຊີ ຈວງ, ສປ. ຈີນ ພາຍໃຕ້ຄຳຂວັນ “ກ້າວສູ່ຍຸກໃໝ່ຂອງດິຈິຕອນທີ່ຮຸ່ງເຮືອງສີວິໄລ - ການສ້າງຊຸມຊົນທີ່ມີອະນາຄົດຮ່ວມກັນໃນໂລກໄຊເບີ (Towards a New Era of Digital Civilization – Building a Community with a Shared Future in Cyberspace)”. ມີບັນດາທ່ານລັດຖະມົນຕີ ຂອງຂະແໜງການ ໄອຊີທີ ຈາກບັນດາປະເທດໃນອາຊຽນ ເປັນຕົ້ນ ມາເລເຊຍ, ອິນໂດເນເຊຍ, ກຳປູເຈຍ, ສປປ ລາວ ແລະ ສປ. ຈີນ. ລວມທັງພາກລັດ, ເອກະຊົນ, ບັນດາບໍລິສັດ, ຊ່ຽວຊານ ແລະ ນັກພັດທະນາ ໃນທົ່ວໂລກ ຈາກ 05 ປະເທດ ເຂົ້າຮ່ວມ.
ການເປີດກອງປະຊຸມໃນຄັ້ງນີ້, ແມ່ນເພື່ອເຕົ້າໂຮມຜູ້ຕາງໜ້າຂອງລັດຖະບານ, ອົງການຈັດຕັ້ງສາກົນ, ພາກທຸລະກິດ, ສະຖາບັນການຄົ້ນຄວ້າ, ຊ່ຽວຊານ, ນັກພັດທະນາ ແລະ ຜູ້ຊົມໃຊ້ ເພື່ອຮ່ວມກັນແລກປ່ຽນທັດສະນະກ່ຽວກັບທ່າອ່ຽງໃນດ້ານການພັດທະນາເຕັກໂນໂລຊີອິນເຕີເນັດ ທີ່ທັນສະໄໝ, ການຄຸ້ມຄອງຊ່ອງທາງອິນເຕີເນັດ, ຮັດແໜ້ນການຮ່ວມມືໃນຊ່ອງທາງອິນເຕີເນັດ, ການແບ່ງປັນໂອກາດໃນການພັດທະນາທີ່ຂັບເຄື່ອນດ້ວຍນະວັດຕະກຳ ແລະ ຮ່ວມກັນສ້າງອະນາຄົດທີ່ດີສຳລັບປະຊາຄົມໂລກ ໃນການຫັນໄປສູ່ຍຸກດິຈິຕອນ.
ໃນໂອກາດນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ກ່າວບົດປາໄສ ໃນພາກທີ 1: Opening Remarks by Leaders ຂອງກອງປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງບັນດາແຜນງານສຳຄັນ ໃນອາຊຽນ ທີ່ໄດ້ໃຫ້ຄວາມສຳຄັນໃນການສ້າງພື້ນຖານເສດຖະກິດຂອງພາກພື້ນ ໃຫ້ເຊື່ອມໂຍງກັບເຕັກໂນໂລຊີດິຈິຕອນ ແລະ ອິນເຕີເນັດ ທີ່ທັນສະໄໝ ເຊັ່ນ: (1)ຖະແຫຼງການອາຊຽນວ່າດ້ວຍການຫັນເປັນອຸດສະຫະກຳ 4.0 ໃນປີ 2019; (2) ແຜນການຟື້ນຟູຮອບດ້ານຂອງອາຊຽນ ແລະ ແຜນຈັດຕັ້ງປະຕິບັດເພື່ອເລັ່ງລັດ ໃນການຫັນເປັນດິຈິຕອນດ້ວຍເຕັກໂນໂລຊີດິຈິຕອນ; (3)ແຜນແມ່ບົດດິຈິຕອນອາຊຽນ 2021 – 2025 ແລະ (4) ຂໍ້ຕົກລົງອາຊຽນວ່າດ້ວຍການຄ້າທາງເອເລັກໂຕຼນິກ. ເຊິ່ງບັນດາແຜນງານເຫຼົ່ານີ້ ສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນຂອງອາຊຽນໃນການຊອກຫາກາລະໂອກາດ ແລະ ຜົນປະໂຫຍດ ໃນການຫັນໄປສູ່ຍຸກດິຈິຕອນ. ດັ່ງທີ່ຮູ້ກັນວ່າສະພາບການໃນປັດຈຸບັນ ໄດ້ກາຍເປັນປັດໃຈສຳຄັນທີ່ຈະຊ່ວຍໃຫ້ປະເທດອາຊຽນສາມາດຫຼຸດຜ່ອນ ແລະ ຟື້ນຟູຜົນກະທົບທາງເສດຖະກິດ-ສັງຄົມ ຈາກການແຜ່ລະບາດຂອງພະຍາດ COVID-19 ໃນໄລຍະຍາວ ເພື່ອເຮັດໃຫ້ບັນລຸແຜນງານດັ່ງກ່າວ, ອາຊຽນກໍໄດ້ເປີດກວ້າງການຮ່ວມມື ລະຫວ່າງປະເທດຄູ່ຮ່ວມເຈລະຈາ ເຊັ່ນ: ສປ. ຈີນ, ອົງການຈັດຕັ້ງສາກົນ ແລະ ບັນດາພາກເອກະຊົນ. ພ້ອມນີ້ ທ່ານລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນວ່າ ສປປ ລາວ ກໍຄື ກະຊວງ ຕສ ກໍເຫັນໄດ້ເຖິງຄວາມສຳຄັນ ແລະ ທ່າອ່ຽງແຮງການພັດທະນາ ໃນໂລກແຫ່ງດິຈິຕອນ ເຊັ່ນດຽວກັນ. ໂດຍປະຈຸບັນ ກະຊວງ ຕສ ກຳລັງສຸ່ມໃສ່ການບັນລຸວິໄສທັດການຫັນເປັນດິຈິຕອນ ແລະ ການນໍາໃຊ້ຜົນປະໂຫຍດຈາກເສດຖະກິດດິຈິຕອນ ໃຫ້ເປັນຂົງເຂດບູລິມະສິດຫຼັກຂອງ ແຜນງານແຫ່ງຊາດ ເພື່ອສ້າງໂອກາດ ແລະ ເພີ່ມຂີດຄວາມສາມາດທາງເສດຖະກິດ-ສັງຄົມ, ຍົກລະດັບຊີວິດຄວາມເປັນຢູ່ທີ່ດີໃຫ້ແກ່ປະຊາຊົນ.
ການເຂົ້າຮ່ວມກອງປະຊູມປຶກສາຫາລື ແລະ ແລກປ່ຽນຄັ້ງນີ້ ຈະຊ່ວຍໃຫ້ ສປປ. ລາວ ສາມາດຖອດຖອນບົດຮຽນຈາກຫຼາຍພາກສ່ວນໃນການຂະບວນການຂັບເຄື່ອນປະເທດໄປສູ່ຍຸກດິຈິຕອນ, ຂົນຂວາຍໂອກາດການຊ່ວຍເຫຼືອການພັດທະນາພື້ນຖານໂຄງລ່າງດິຈິຕອນ ແລະ ໄອຊີທີ. ສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືທີ່ດີກັບຄູ່ຮ່ວມຍຸດທະສາດ ອາຊຽນ-ຈີນ ແລະ ລາວ-ຈີນ ເພື່ອແນ່ໃສ່ໃນການສ້າງຜົນປະໂຫຍດຮ່ວມກັນຂອງທຸກພາກສ່ວນ. ໃນໂອກາດນີ້, ພິເສດ ປີນີ້ ເປັນປີສະເຫຼີມສະຫຼອງຄົບຮອບ 30 ປີ ການພົວພັນຮ່ວມມື ອາຊຽນ-ຈີນ ແລະ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ກໍຄືປີມິດຕະພາບ ລາວ-ຈີນ ແລະ ຈີນ-ລາວ.
ຂ່າວໂດຍ: ພະແນກອາຊຽນ, ກົມແຜນການ ແລະ ການຮ່ວມມື
ພາບ-ກວດແກ້: ຫ້ອງການກະຊວງ