ສຕສ ເຜີຍແຜ່ຂໍ້ກໍານົດ ແລະ ຫຼັກສູດການຮຽນການສອນ ໃຫ້ແກ່ນັກສຶກສາ ໃນໂອກາດເປີດສົກຮຽນໃໝ່ 2024-2025

14/11/2024

ສຕສ ເຜີຍແຜ່ຂໍ້ກໍານົດ ແລະ ຫຼັກສູດການຮຽນການສອນ ໃຫ້ແກ່ນັກສຶກສາ ໃນໂອກາດເປີດສົກຮຽນໃໝ່ 2024-2025

ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ກໍານົດ ວ່າດ້ວຍລະບຽບການຄຸ້ມຄອງນັກສຶກສາ ແລະ ຫຼັກສູດການຮຽນການສອນ ເນື່ອງໃນໂອກາດເປີດສົກຮຽນໃໝ່ ສົກສຶກສາ 2024-2025 ໃຫ້ແກ່ນັກສຶກສາພາກປົກກະຕິ ແລະ ພາກຕໍ່ເນື່ອງ, ໂດຍການເປັນປະທານຂອງ ທ່ານ ປອ. ປະດັບໄຊ ໄຊຍະໂຄດ, ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ມີຄະນະສະຖາບັນ, ພະນັກງານ-ຄູອາຈານ ແລະ ນັກສຶກສາທຸກຊັ້ນຮຽນເຂົ້າຮ່ວມ.

ໃນກອງປະຊຸມ ໄດ້ເຜີຍແຜ່ຂໍ້ກໍານົດ ວ່າດ້ວຍລະບຽບການຄຸ້ມຄອງນັກສຶກສາ ສະບັບເລກທີ 97/ສຕສ, ລົງວັນທີ 07 ກຸມພາ 2024 ແລະ ເຜີຍແຜ່ຫຼັກສູດການຮຽນ-ການສອນ ເຊິ່ງປະກອບມີ: ຫຼັກສູດຊັ້ນສູງ 04 ສາຂາ, 03 ປີ ຄື: ສາຂາ ວິສະວະກໍາເຕັກໂນໂລຊີ ການສື່ສານ, ວິສະວະກໍາເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ບໍລິຫານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ; ຫຼັກສູດປະລິນຍາຕີ ມີ 01 ສາຂາ, 04 ປີ ຄື: ສາຂາ ວິສະວະກໍາເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ຫຼັກສູດປະລິນຍາຕີ ຕໍ່ເນື່ອງ ມີ 01 ສາຂາ, ສາຂາວິສະວະກໍາເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ.

ໂອກາດດັ່ງກ່າວ, ທ່ານຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໄດ້ກ່າວວ່າ: ການເຜີຍແຜ່ເອກະສານດັ່ງກ່າວ ແມ່ນໄດ້ຈັດຕັ້ງພ້ອມກັນກັບການເປີດສົກຮຽນໃໝ່ຂອງທຸກໆປີ ຊຶ່ງມີຄວາມສໍາຄັນເພື່ອໃຫ້ ນັກສຶກສາໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງທົ່ວເຖິງ ກ່ຽວກັບການປະຕິບັດລະບຽບຂອງນັກສຶກສາຢ່າງເຂັ້ມງວດ ແລະ ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ບຸກບືນຮໍ່າຮຽນ, ຫ້າວຫັນ, ດຸຫມັ່ນ ແລະ ປະກອບສ່ວນເຂົ້າໃນວຽກງານ ໃນຫຼັກສູດ ແລະ ນອກຫຼັກສູດ ໃນເວລາສຶກ ສາຮໍ່າຮຽນຢູ່ ສຕສ. ທ່ານຍັງໄດ້ກ່າວຕື່ມອີກວ່າ: ນອກຈາກຫຼັກສູດທີ່ມີຢູ່ໃນປັດຈຸບັນແລ້ວ ສຕສ ມີແຜນພັດທະນາ ແລະ ສ້າງຫຼັກສູດປະລີນຍາຕີໃໝ່ເພີ່ມອີກລວມທັງໝົດ 08 ສາຂາ, 4ປີ ຄື: ສາຂາ ວິສະວະກໍາເຄືອຂ່າຍໂທລະຄົມມະນາຄົມ ແລະ ການສື່ສານ, ວິສະວະກໍາເຕັກໂນໂລຊີຂໍ້ ມູນຂ່າວສານ, ບໍລິຫານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂລຈິດຕິກ ແລະ ໄປສະນີ, ຄວາມປອດໄພທາງໄຊເບີ, ການຄ້າທາງເອເລັກໂຕຣນິກ, ການບໍລິຫານເຕັກໂນໂລຊີລະດັບສູງ/ປັນຍາປະດິດ ແລະ ສາຂາລະບົບຖານຂໍ້ມູນ ແລະ ບໍລິຫານເຊີເວີ. ທັງນີ້ກໍເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການສ້າງບຸກຄະລາກອນ ທາງດ້ານດິຈິຕອນອອກຮັບໃຊ້ສັງຄົມ ແລະ ເປັນສ່ວນໜຶ່ງໃນການຊ່ວຍຫັນເປັນດິຈິຕອນ ຂອງ ສປປ ລາວ. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 07 ພະຈິກ 2024 ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 5 ຕຶກສູນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ສໍາເລັດລົງໃນພາກເຊົ້າຂອງວັນດຽວກັນ.

ພາບ ແລະ ຂ່າວ: ສຕສ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ