ຝຶກອົບຮົມສ້າງຄວາມເຂັ້ມແຂງ ຄະນະກຳມະການຄຸ້ມຄອງອິນເຕີເນັດAnchor ແຂວງ ສະຫວັນນະເຂດ, ສາລະວັນ ແລະ ເຊກອງ

14/11/2024

ຝຶກອົບຮົມສ້າງຄວາມເຂັ້ມແຂງ ຄະນະກຳມະການຄຸ້ມຄອງອິນເຕີເນັດAnchor ແຂວງ ສະຫວັນນະເຂດ, ສາລະວັນ ແລະ ເຊກອງ

ໃນວັນທີ 07 ພະຈິກ 2024 ຜ່ານມານີ້, ທີ່ ຫ້ອງວ່າການແຂວງສະຫວັນນະເຂດ, ຫ້ອງການກອງເລຂາຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ແກ່ ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ 3 ແຂວງ ຄື: ແຂວງສະຫວັນນະເຂດ, ສາລະວັນ ແລະ ເຊກອງ ໂດຍການເປັນປະທານຮ່ວມ ຂອງ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັັັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ແລະ ທ່ານ ປອ. ແສນສັກ ສຸລິສັກ, ຮອງເຈົ້າແຂວງ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຂວງສະຫວັນນະເຂດ, ມີບັນດານັກວິທະຍາກອນ ຈາກຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ພ້ອມດ້ວຍຄະນະກຳມະການຄຸ້ມຄອງອິນເຕີເນັດ ທັງ 3 ແຂວງເຂົ້າຮ່ວມຢ່າງພ້ອມພຽງ. 

ໃນໂອກາດນີ້, ທ່ານຮອງເຈົ້າແຂວງ ສະຫວັນນະເຂດ, ປະທານ ຄຄອຂ ສະຫວັນນະເຂດ ໄດ້ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນຕໍ່ການສ້າງຄວາມເຂົ້າໃຈກົນໄກການຕອບໂຕ້ສື່ສັງຄົມອອນລາຍ, ທັງເສີມສ້າງທັກສະ, ປູກຈິດສໍານຶກໃນວຽກງານຄວາມປອດໄພທາງໄຊເບີ ເພື່ອເປັນການສ້າງຄວາມອາດສາມາດໃນຂະແໜງການເຂົ້າໃຈໄພຄຸກຄາມ ແລະ ໄພອັນຕະລາຍຕ່າງໆ ເພື່ອນໍາໄປເຜິຍແຜ່ຄວາມຮູ້, ແກ່ສັງຄົມ ເພື່ອຫຼຸດຜ່ອນຄວາມສ່ຽງຕ່າງໆ ທີ່ອາດເກີດຂຶ້ນກັບຕົນ, ການຈັດຕັ້ງ ແລະ ສັງຄົມ ໂດຍສະເພາະການຈັດຕັ້ງປະຕິບັດວຽກງານຄຸ້ມຄອງອິນເຕີເນັດຂັ້ນແຂວງ ກໍຄືວຽກງານຫັນເປັນດິຈິຕອນ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.

ພ້ອມດຽວກັນ, ທ່ານຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ ຄຄອຊ ກໍໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສຳຄັນ ແລະ ຄວາມເອົາໃຈໃສ່ຢ່າງເປັນເອກະພາບ ຕໍ່ກັບວຽກງານຄຸ້ມຄອງອິນເຕີເນັດພາຍໃນ 3 ແຂວງ ຄື: ແຂວງ ສະຫວັນນະເຂດ, ສາລະວັນ ແລະ ເຊກອງ ກໍຄື ການພັດທະນາວຽກການຄຸ້ມຄອງ, ການພັດທະນາ ແລະ ການນໍາໃຊ້ ອິນເຕີເນັດ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ເຂົ້າໃນການຈັດຕັ້ງປະຕິບັດວຽກງານ, ການດຳເນີນທຸລະກິດ, ການດຳລົງຊີວິດ, ການຕິດຕໍ່ພົວພັນຂອງສັງຄົມຕ່າງໆ, ຍິ່ງເຫັນໄດ້ແຈ້ງເຖິງຄວາມສໍາຄັນ ແລະ ຄວາມຈຳເປັນຂອງ ອິນເຕີເນັດ. ແຕ່ຄຽງຄູ່ກັບຜົນປະໂຫຍດອັນມະຫາສານຈາກອິນເຕີເນັດ ກໍເຫັນໄດ້ແຈ້ງບັນຫາ ແລະ ສິ່ງທ້າທາຍຕ່າງໆ ໂດຍສະເພາະ ແມ່ນການນໍາໃຊ້ສື່ສັງຄົມອອນລາຍ ແລະ ການນຳໃຊ້ອິນເຕີເນັດ ໄປໃນທາງທີ່ບໍ່ດີ. ຄະນະປະທານ ຍັງໄດ້ເນັ້ນຢ້ຳກ່ຽວກັບ ການຫັນເປັນດິຈິຕອນຂອງ ສປປ ລາວ ຖືເປັນອັນລວມທີ່ມີພື້ນຖານໂຄງລ່າງຈາກການພັດທະນາອິນເຕີເນັດ, ຊຶ່ງມັນໄດ້ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ຢູ່ ສປປ ລາວ ຢ່າງແຂງແຮງ ໂດຍສະເພາະພາຍຫຼັງການລະບາດຂອງໂລກພະຍາດໂຄວິດ-19 ທີ່ເຮັດໃຫ້ທຸກພາກສ່ວນເຫັນເຖິງຄວາມສຳຄັນຂອງການພັດທະນາ ແລະ ນຳໃຊ້ເຕັກໂນໂລຊີການສື່ສານ ແລະ ດິຈິຕອນຢູ່ທຸກຂົງເຂດ. ການຫັນປ່ຽນທາງດ້ານດິຈິຕອນໃນ ສປປ ລາວ ຈະຊ່ວຍໃຫ້ການຄ້າ, ການຊໍາລະແບບບໍ່ໃຊ້ເງິນສົດ ແລະ ການໃຫ້ບໍລິການສາທາລະນະ ມີປະສິດທິພາບຫຼາຍຂຶ້ນ.

ໃນຊຸດຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີກ່ຽວກັບ ພາລະບົດບາດ ຂອງ ຄຄອຊ ແລະ ການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ; ການໃຫ້ຄວາມຮູ້ກ່ຽວກັບການກວດສອບຂ່າວປອມ ແລະ ຂັ້ນຕອນການແຈ້ງຄວາມ; ການຄົ້ນຫາຂໍ້ມູນ, ແກ້ໄຂບັນຫາທາງສື່ສັງຄົມອອນລາຍ; ສະຕິຕໍ່ການບໍ່ໃຫ້ຖືກຫຼອກລວງທາງ ອອນລາຍ (Scams online); ການຈັດຕັ້ງປະຕິບັດວຽກງານຂ່າວສານ ແລະ ວຽກງານຖະແຫຼງຂ່າວ. ນອກນັ້ນ, ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ຢ່າງກົງໄປກົງມາ ກ່ຽວກັບວຽກງານຄຸ້ມຄອງອິນເຕີເນັດ ພາຍໃນແຂວງຂອງຕົນ ກໍຄືພາຍໃນປະເທດ ແລະ ຂອງປະເທດອ້ອມຂ້າງ, ວິທີການປະສານງານລະຫວ່າງ ຄຄອຊ ແລະ ຄຄອຂ, ລວມທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອໃຫ້ມີກົນໄກການປະສານງານໂລ່ງລ່ຽນ, ການແກ້ໄຂບັນຫາ ແລະ ການໃຫ້ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ທັນສະພາບການ.

ໂອກາດດັ່ງກ່າວ, ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັັັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ ຄຄອຊ ຍັງໄດ້ມອບອຸປະກອນຄອມພິວເຕີ ໃຫ້ແກ່ ຄະນະກໍາມະການຄຸ້ມຄອງອິນເຕີເນັດ ທັງ 3 ແຂວງ ພາກສ່ວນລະ 3 ຊຸດ ລວມເປັນມູນຄ່າ 37,500,000 ກີບ/ພາກສ່ວນ ເພື່ອຮັບໃຊ້ເຂົ້າໃນວຽກງານຄຸ້ມຄອງອິນເຕີເນັດແຂວງຂອງຕົນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ