ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານເອກອັກຄະລັດຖະທູດອິນເດຍ

18/06/2024

ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານເອກອັກຄະລັດຖະທູດອິນເດຍ

ໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2024 ນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປຼາຊານ ອາກຼາວາລ (Mr. Prashant Agrawal), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດ ອິນເດຍ ປະຈໍາ ສປປ ລາວ.

ໂອກາດນີ້, ທ່ານເອກອັກຄະລັດຖະທູດອິນເດຍ ໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີ ກຕສ ທີ່ໄດ້ເສຍສະຫຼະເວລາອັນມີຄ່າຕ້ອນຮັບຢ່າງອົບອຸ່ນ. ພ້ອມທັງແຈ້ງຈຸດປະສົງຂອງການເຂົ້າມາຢ້ຽມຂໍ່ານັບໃນຄັ້ງນີ້ ກໍເພື່ອປຶກສາຫາລືການຮ່ວມມືທາງດ້ານວຽກງານການຫັນເປັນດິຈິຕອນ ແລະ ວຽກອື່ນໆ. ຍິ່ງໄປກວ່ານັ້ນ ຍັງໄດ້ປຶກສາຫາລື ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ການຮ່ວມມືສອງຝ່າຍ ເພື່ອແລກປ່ຽນປະສົບການ ການຫັນເປັນດິຈິຕອນ ຂອງສອງປະເທດ ຊຶ່ງຄາດວ່າຈະມິພິທີເຊັນບົດບັນທຶກຄວາມເຂົ້າໃຈ ແລະ ຈັດພິທີສະເຫຼີມສະຫຼອງມອບຮັບສະແຕມ ໃນທ້າຍເດືອນກໍລະກົດ 2024, ທັງເປັນໂອກາດອັນດີ ໃນການຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດອິນເດຍ ທີ່ຈະມາເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ໂດຍ ສປປ ລາວ ເປັນເຈົ້າພາບ.

ພ້ອມດຽວກັນ, ທ່ານລັດຖະມົນຕີ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ສາຍພົວພັນທາງການທູດລະຫວ່າງ ລາວ-ອິນເດຍ ຊຶ່ງລັດຖະບານແຫ່ງສາທາລະນະລັດອິນເດຍ ກໍຄື ສະຖານທູດອິນເດຍ ໄດ້ໃຫ້ການຊ່ວຍເຫຼືອ ບໍ່ວ່າຈະເປັນດ້ານການໃຫ້ທຶນໄປຝຶກອົບຮົມໄລຍະສັ້ນທີ່ປະເທດອິນເດຍ ເປັນຕົ້ນແມ່ນ: ດ້ານໄອຊີທີ (ICT) ແລະ ອື່ນໆ ລວມເຖິງທຶນການສຶກສາລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກຢູ່ປະເທດອິນເດຍ. ສະນັ້ນ, ເນື່ອງໃນໂອກາດອັນສະຫງ່າລາສີທີ່ຈະມາເຖິງນີ້ ທ່ານລັດຖະມົນຕີ ກຕສ ກໍມີຄວາມຍິນດີຕ້ອນຮັບລັດຖະມົນຕີ ກະຊວງການຕ່າງປະເທດອິນເດຍ ທີ່ຈະມາຢ້ຽມຢາມປະເທດລາວ ແລະ ຫວັງຢ່າງຍິ່ງວ່າການເຊັນບົດບັນທຶກຄວາມເຂົ້າໃຈດ້ານການພັດທະນາດິຈິຕອນ ແລະ ພິທີມອບຮັບສະແຕມຈະຈັດຂຶ້ນເນື່ອງໃນໂອກາດດັ່ງກ່າວ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ