ອົງການດັດສົມໂທລະຄົມມະນາຄົມ ຮ່ວມກັບ ອົງການ KDDI Foundation ປະເທດຍີ່ປຸ່ນ ຈັດກອງປະຊຸມຄັ້ງປະຖົມມະເລີກ ໂຄງການຊ່ວຍເຫຼືອຈາກ ອົງການ APT ແລະ ຝຶກອົບຮົມຍົກລະດັບຄວາມຮູ້ວິຊາການ

18/06/2024

ອົງການດັດສົມໂທລະຄົມມະນາຄົມ ຮ່ວມກັບ ອົງການ KDDI Foundation ປະເທດຍີ່ປຸ່ນ ຈັດກອງປະຊຸມຄັ້ງປະຖົມມະເລີກ ໂຄງການຊ່ວຍເຫຼືອຈາກ ອົງການ APT ແລະ ຝຶກອົບຮົມຍົກລະດັບຄວາມຮູ້ວິຊາການ

ໃນລະຫວ່າງວັນທີ 27-29 ພຶດສະພາ 2024 ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ ຂອງ ອົງການດັດສົມໂທລະຄົມມະນະຄົມ (ອດທ), ໄດ້ຈັດຝຶກອົບຮົມ ໃນຫົວຂໍ້ “Internet Routing with RPKI”, ໂດຍໃຫ້ກຽດເປັນປະທານຮ່ວມໃນພິທີເປີດຂອງ ທ່ານ ສຸດໃຈ ລໍລອນສີ, ຫົວໜ້າອົງການດັດສົມໂທລະຄົມມະນາຄົມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ Miyatake Shinobu, ຮອງຫົວໜ້າອົງການ KDDI Foundation ປະເທດຍີ່ປຸ່ນ ຊຶ່ງເປັນຜູ້ໃຫ້ການສະໜັບສະໜູນການຝຶກອົບຮົມໃນຄັ້ງນີ້, ມີຕົວແທນຈາກອົງການ KDDI Foundation, ຄູຝຶກຈາກສູນຂໍ້ມູນເຄືອຂ່າຍແຫ່ງເອເຊຍປາຊີຟິກ (Asia Pacific Network Information Centre : APNIC) ແລະ ຕາງໜ້າຈາກບັນດາກົມ/ສູນ/ສະຖາບັນ ພາຍໃນກະຊວງ ຫຼາຍກວ່າ 30 ທ່ານເຂົ້າຮ່ວມ.

ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເປັນການຍົກລະດັບຄວາມຮູ້ວິຊາການເຕັກນິກດ້ານເຄືອຂ່າຍອິນເຕີເນັດ ໂດຍເນື້ອໃນຂອງການຝຶກອົບຮົມໃນຄັ້ງນີ້ມີຄື: Internet Routing, IPv6, OSPF, BGP ແລະ Secure Internet Routing with RPKI. ໃນໄລຍະການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ທິດສະດີ ແລະ ປະຕິບັດຕົວຈິງ ເພື່ອໃຫ້ສາມາດນໍາເອົາຄວາມຮູ້ໃນຄັ້ງນີ້ໄປຜັນຂະຫຍາຍເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ມີປະສິດພາບ ແລະ ເພີ່ມທະວີຄວາມປອດໄພທາງດ້ານເຄືອຂ່າຍອິນເຕີເນັດພາຍໃນອົງກອນຂອງຕົນ, ພ້ອມທັງເປັນການຊຸກຍູ້ວຽກງານຫັນເປັນດິຈິຕອນ ຂອງ ສປປ ລາວ.

ຄຽງຄຸ່ກັບການຝຶກອົບຮົມ, ອົງການດັດສົມໂທລະຄົມມະນາຄົມ ແລະ ອົງການ KDDI Foundation ປະເທດຍີ່ປຸ່ນ ຍັງໄດ້ຈັດກອງປະຊຸມຄັ້ງປະຖົມມະເລິກ ກ່ຽວກັບໂຄງການທີ່ໄດ້ຮັບການຊ່ວຍເຫຼືອຈາກ ອົງການໂທລະຄົມມະນາຄົມ ອາຊີ-ປາຊີຟິກ (APT) ໃນຫົວຂໍ້ “ໂຄງການສ້າງສູນຕິດຕາມ ແລະ ກວດກາຄຸນນະພາບການບໍລິການໂທລະຄົມມະນາຄົມ” (implementation of inspection center for mobile broadband service) ຊຶ່ງເປັນໂຄງການທີ່ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ພາຍໃຕ້ການຮ່ວມມືຈັດຕັ້ງປະຕິບັດຂອງ ສອງ ອົງການ ຄື ອົງການດັດສົມໂທລະຄົມມະນາຄົມ ສປປ ລາວ ແລະ ອົງການ KDDI Foundation ປະເທດຍີ່ປຸ່ນ. ໂດຍທັງສອງຝ່າຍໄດ້ມີການປຶກສາຫາລືແຜນການຈັດຕັ້ງປະຕິບັດໂຄງການ ແລະ ໄດ້ມີການໄປຢ້ຽມຢາມ ບໍລິສັດ ອີທີແອລ ມະຫາຊົນ ເພື່ອເປັນຂໍ້ມູນປະກອບໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ.

ໃນວາລະສຸດທ້າຍຂອງການຝຶກອົບຮົມ ຍັງໄດ້ມິພິທີມອບ-ຮັບໃບຢັ້ງຢືນໃຫ້ແກ່ຜູ້ເຂົ້າຮ່ວມຝຶກ, ໂດຍໃຫ້ກຽດເປັນປະທານ ແລະ ມອບໃບຢັ້ງຢືນຂອງ ທ່ານ ພວງປະເສີດ ແກ້ວສຸວັນ, ຮອງຫົວໜ້າອົງການດັດສົມໂທລະຄົມມະນາຄົມ.

ພາບ ແລະ ຂ່າວ: ອົງການດັດສົມໂທລະຄົມມະນາຄົມ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ