14/06/2024
ໃນຕອນບ່າຍ ຂອງວັນທີ 14 ມິຖຸນາ 2024, ທີ່ ຫ້ອງປະຊຸມຄະນະຈັດຕັ້ງສູນກາງພັກ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມສຳມະນາ ແລະ ແລກປ່ຽນບົດຮຽນ ພາຍໃຕ້ຫົວຂໍ້ “ບາງບົດຮຽນໃນການນຳໃຊ້ເຕັກໂນໂລຊີດິຈິຕອນ ເຂົ້າໃນການຄຸ້ມຄອງວຽກງານວິຊາສະເພາະ” ໂດຍໃຫ້ກຽດເປັນປະທານຮ່ວມ ແລະ ກ່າວເປີດ ຂອງ ສະຫາຍ ນາງ ບຸດສະດີ ທະນະເມືອງ, ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ແລະ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ຊຶ່ງມີເລຂາຄະນະບໍລິຫານງານຊາວໜຸ່ມທັງສອງພາກສ່ວນ, ມີກໍາມະການຄະນະບໍລິຫານງານ ແລະ ສະມາຊິກຊາວໜຸ່ມພາຍໃນຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມຈໍານວນ 150 ສະຫາຍ.
ໃນໂອກາດດັ່ງກ່າວ, ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາ ອັນມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ຈາກຄະນະປະທານ ໂດຍໄດ້ຍົກໃຫ້ເຫັນການນຳໃຊ້ເຕັກໂນໂລຊີດິຈິຕອນ ຂອງປະເທດເພື່ອນບ້ານ ແລະ ສາກົນ ເພື່ອໃຫ້ຜູ້ເຂົ້າຮ່ວມເປັນຂໍ້ມູນໃນການສົນທະນາແລກປ່ຽນເຊິ່ງກັນ ແລະ ກັນ.
ກອງປະຊຸມສຳມະນາ ແລະ ແລກປ່ຽນບົດຮຽນຄັ້ງນີ້ ສະມາຊິກຊາວໜຸ່ມທຸກສະຫາຍ ໄດ້ຮັບຟັງການນໍາສະເໜີຈາກນັກວິທະຍາກອນທີ່ມີປະສົບການ ຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງນຳພາໂດຍ ສະຫາຍ ພວງປະເສີດ ແກ້ວສຸວັນ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມ ກຕສ ເພື່ອໃຫ້ຄວາມຮູ້ກ່ຽວກັບ ການຫັນເປັນດິຈິຕອນ ໃນຫຼາຍຫົວຂໍ້ທີ່ສໍາຄັນ ເປັນຕົ້ນແມ່ນ: ການພັດທະນາໂຄງລາງພື້ນຖານດິຈິຕອນ ຂອງ ສປປ ລາວ, ການຄຸ້ມຄອງວຽກງານບໍລິຫານ ແລະ ບໍລິການລັດດິຈິຕອນ, ວຽກງານເສດຖະກິດດິຈິຕອນ, ທິດທາງການພັດທະນາເຕັກໂນໂລຊີ 6G ຂອງສາກົນ ແລະ ສະຕິຕໍ່ການບໍ່ຖືກຫຼອກລວງທາງອອນລາຍ. ພ້ອມດຽວກັນນັ້ນ, ສະຫາຍ ສຸລະຍາ ພົມມະສິດ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍບັນດາກຳມະການ ຄະນະບໍລິຫານງານ ແລະ ສະມາຊິກຊາວໜຸ່ມ ກໍໄດ້ມີການຍົກຄຳຖາມ ແລກປ່ຽນກັບນັກວິທະຍາກອນຢ່າງກົງໄປກົງມາດ້ວຍບັນຍາກາດອັນຟົດຝື້ນ.