14/06/2024

ໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2024, ທີ່ ຫ້ອງປະຊຸມຊັ້ນ 5 ສູນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຄຊປປລ ກຕສ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ຮອບທີ I ເພື່ອອອກຮັບສະໝັກເລືອກຕັ້ງເປັນ ຄະນະບໍລິຫານງານຊາວໜຸ່ມ ປະຊາຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ III, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ສະຫາຍ ພວງປະເສີດ ແກ້ວສຸວັນ, ຄະນະພັກກະຊວງ, ກໍາມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາ ຄຊປປລ ກຕສ, ມີຮອງເລຂາ, ຄະນະປະຈໍາ, ຄະນະບໍລິຫານງານຊາວໜຸ່ມ, ຄະນະຮາກຖານ/ໜ່ວຍ, ຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ເຂົ້າຮ່ວມລວມທັງໝົດ 357 ສະຫາຍ ຈາກ 19 ຮາກຖານ/ໜ່ວຍ ທີ່ຂຶ້ນກັບ.
ກອງປະຊຸມໄດ້ຮັບຟັງ, ປະກອບຄໍາຄິດເຫັນ ແລະ ຮັບຮອງເອົາຮ່າງບົດລາຍງານການເມືອງ ການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ ແລະ ທິດທາງແຜນການໃນຕໍ່ໜ້າ ແລະ ບົດສໍາຫຼວດການຊີ້ນໍາ-ນໍາພາ ຂອງ ຄຊປປລ ກຕສ. ເຊິ່ງບົດລາຍງານ ໄດ້ຕີລາຄາສູງເຖິງຜົນງານ ການຈັດຕັ້ງປະຕິບັດວຽກງານຊາວໜຸ່ມໃນໄລຍະຜ່ານມາ, ພ້ອມກັນນັ້ນ ກໍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ, ສະແດງໃຫ້ເຫັນສາເຫດຕ່າງໆ ແລະ ສະຫຼຸບສັງລວມ ຖອດເປັນບົດຮຽນໃຫ້ແກ່ການນຳພາຂອງ ຄຊປປລ ກຕສ ແລະ ກອງປະຊຸມຍັງໄດ້ດໍາເນີນການປ່ອນບັດຄັດເລືອກທາບທາບເອົາບຸກຄະລາກອນ ຮອບທີ I ເພື່ອກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ III ຂອງ ຄຊປປລ ກຕສ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.
ໂອກາດດັ່ງກ່າວ, ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາ ອັນມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ຈາກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ໂດຍໄດ້ເນັ້ນໜັກບັນດາສະຫາຍຜູ້ແທນກອງປະຊຸມ ຈົ່ງຍົກສູງສະຕິຄວາມຮັບຜິດຊອບ ແລະ ຄຳນຶງເຖິງຄວາມສຳຄັນຂອງການຕັດສິນໃຈ ໃນການເລືອກເອົາຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ຊຶ່ງຈະເປັນຜູ້ນຳພາການເຄື່ອນໄຫວວຽກງານຊາວໜຸ່ມຕິດພັນກັບວຽກງານວິຊາສະເພາະ ໃນອີກ 5 ປີຕໍ່ໜ້າ. ສະຫາຍໄດ້ເນັ້ນຢ້ຳໃຫ້ຜູ້ແທນກອງປະຊຸມ ຈົ່ງຄຳນຶງເຖິງມາດຖານເງື່ອນໄຂ, ຄວາມຮູ້, ຄວາມສາມາດ, ຄວາມມີວິໄສທັດ ແລະ ຄວາມເປັນຜູ້ນຳ ຂອງຜູ້ທີ່ຈະເລືອກເອົາ, ພ້ອມທັງປະຕິບັດໃຫ້ຖືກຕ້ອງຕາມກົດລະບຽບ ແລະ ຂັ້ນຕອນຕ່າງໆ ທີ່ທາງຄະນະຄວບຄຸມການປ່ອນບັດແນະນຳຢ່າງເຂັ້ມງວດ.
ກອງປະຊຸມໄດ້ປິດລົງໃນເວລາ 12:00 ຂອງວັນດຽວກັນ ໂດຍໄດ້ບັນລຸທຸກຈຸດປະສົງຂອງກອງປະຊຸມທາບທາມບຸກຄະລາກອນ ຮອບທີ I ຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ ດ້ວຍຜົນສຳເລັດອັນຈົບງາມ.