14/06/2024

ອົງການດັດສົມໂທລະຄົມມະນາຄົມ (ອດທ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເຜີຍແຜ່ບັນດານິຕິກຳ ແລະ ຊຸກຍູ້ວຽກງານດັດສົມໂທລະຄົມມະນາຄົມ ໃຫ້ພະແນກເຕັກໂນໂລຊີ ແລະ ການສື່ສານ 08 ແຂວງພາກເໜືອ ຂຶ້ນໃນລະຫວ່າງວັນທີ 10-11 ມິຖຸນາ 2024, ທີ່ ແຂວງ ບໍ່ແກ້ວ, ໂດຍການເປັນປະທານຮ່ວມຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່, ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ເຄື່ອນເພັດ ວົງຈັນ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ ບໍ່ແກ້ວ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ຊຶ່ງມີພະນັກງານຈາກ ພະແນກເຕັກໂນໂລຊີ ແລະ ການສື່ສານ 08 ແຂວງພາກເໜືອ ຄື: ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ, ພ້ອມນັ້ນຍັງມີພະແນກການທີ່ກ່ຽວຂ້ອງ, ບັນດາບໍລິສັດໂທລະຄົມມະນາຄົມ ແລະ ອິນເຕີເນັດ ພາຍໃນແຂວງ ບໍ່ແກ້ວ ເຂົ້າຮ່ວມທັງໝົດ 70 ກວ່າທ່ານ.
ຈຸດປະສົງ ແມ່ນເພື່ອເປັນການສ້າງຄວາມເຂົ້າໃຈເປັນເອກະພາບ ໃຫ້ກັບບັນດາພະແນກການ ແລະ ຫົວໜ່ວຍທຸລະກິດຂັ້ນທ້ອງຖິ່ນ ໃນການຈັດຕັ້ງປະຕິບັດບັນນິຕິກຳວຽກງານດັດສົມໂທລະຄົມມະນາຄົມ ນັບທັງກົດໝາຍ, ດຳລັດ, ຂໍ້ຕົກລົງ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ ພ້ອມທັງເປັນການເຄື່ອນໄຫວຊຸກຍູ້ວຽກດັດສົມໂທລະຄົມມະນາຄົມ ຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ 08 ແຂວງພາກເໜືອ ປະຈໍາປີ 2024, ຊຶ່ງການເຄື່ອນໄຫວທັງໝົດຄັ້ງນີ້ ແມ່ນຂະບວນການຊຸກຍູ້ໃນການຈັດຕັ້ງປະຕິບັດການຫັນເປັນດິຈິຕອນ ຂອງ ສປປ ລາວ ຕາມວິໄສທັດ ຮອດປີ 2040, ຍຸດທະສາດ ຮອດປີ 2030 ແລະ ແຜນພັດທະນາ ຮອດປີ 2025 ຂອງການພັດທະນາເສດຖະກິດດິຈິຕອນ. ຫົວຂໍ້ສຳຄັນທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ກົດໝາຍວ່າດ້ວຍການໂທລະຄົມມະນາຄົມ ສະບັບປັບປຸງ ປີ 2021, ດຳລັດວ່າດ້ວຍກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ບົດສະເໜີໃນຫົວຂໍ້: ສັງຄົມດິຈິຕອນ, ວຽກງານການຄຸ້ມຄອງ ແລະ ຕິດຕາມກວດກາຄຸນນະພາບເຄືອຂ່າຍໂທລະສັບ ແລະ ອິນເຕີເນັດ. ຊຶ່ງໃນແຕ່ລະຫົວຂໍ້ໄດ້ຍົກໃຫ້ເຫັນເນື້ອໃນສໍາຄັນຂອງນິຕິກໍາໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈ ເຊັ່ນ: ການຄຸ້ມຄອງຊັບພະຍາກອນໂທລະຄົມມະນາຄົມ, ການກຳນົດປະເພດຂອງການດໍາເນີນທຸລະກິດທີ່ເປີດກວ້າງຂຶ້ນຕື່ມ ເພື່ອຮອງຮັບກັບເຕັກໂນໂລຊີໃໝ່ທີ່ຈະເກີດຂຶ້ນໃນອະນາຄົດ, ການຄຸ້ມຄອງການນໍາໃຊ້ເລກໝາຍໂທລະຄົມມະນາຄົມ ກໍຄື ການຂຶ້ນທະບຽນເລກໝາຍໂທລະສັບມືຖື ທີ່ເປັນວຽກງານບູລິມະສິດໜຶ່ງຂອງວຽກງານການຫັນເປັນດິຈິຕອນ ເພື່ອເປັນພື້ນຖານການສ້າງລະຫັດປະຈຳໂຕດິຈິຕອນ (Digital ID), ການຊຸກຍູ້ສົ່ງເສີມການຮ່ວມມືກັນເພື່ອນຳໃຊ້ພື້ນຖານໂຄງລ່າງຮ່ວມກັນຂອງບໍລິສັດເພື່ອປະຢັດການລົງທຶນ, ການສ້າງກອງທຶນພັດທະນາໂທລະຄົມມະນາຄົມ ແລະ ຫັນເປັນດິຈິຕອນ ເພື່ອເສີມຂະຫຍາຍດ້ານໂຄງລ່າງພື້ນຖານ ໄປສູ່ເຂດຫ່າງໄກສອກຫຼີກ ເຮັດໃຫ້ປະຊາຊົນເຂົ້າເຖິງຂໍ້ມູນຂ່າວສານ-ການສື່ສານ ໄດ້ສະດວກ, ວ່ອງໄວ ແລະ ບັນດາຂໍ້ຫ້າມຕ່າງໆ ທີ່ຂັດກັບກົດໝາຍສະບັບດັ່ງກ່າວ, ຈຸດປະສົງ, ເປົ້າໝາຍຂອງການສ້າງ ແລະ ນຳໃຊ້ດຳລັດວ່າດ້ວຍກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ແລະ ການມີສ່ວນຮ່ວມຂອງສັງຄົມໃນການຫັນເປັນດິຈິຕອນ ເຫຼົ່ານີ້ເປັນຕົ້ນ.
ນອກຈາກນັ້ນ, ຍັງໄດ້ເຮັດວຽກງານທາງດ້ານວິຊາສະເພາະຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ 08 ແຂວງພາກເໜືອ ເພື່ອເປັນການສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ, ແນໃສ່ຍົກສູງປະສິດທິພາບໃນການປະຕິບັດໜ້າທີ່ວຽກງານ ແລະ ເພື່ອຜັນຂະຫຍາຍພາລະບົດບາດຂອງ ຂະແໜງການເຕັກໂນໂລຊີ ແລະ ການສື່ສານ. ຊຶ່ງນໍາສະເໜີໂດຍນັກວິທະຍາກອນ ຈາກອົງການດັດສົມໂທລະຄົມມະນາຄົມ ແລະ ມີການແລກປ່ຽນບົດຮຽນຕົວຈິງກ່ຽວກັບວຽກດັດສົມໂທລະຄົມມະນາຄົມ ລະຫວ່າງສູນກາງ ແລະ ທ້ອງຖິ່ນ.
ພາບ ແລະ ຂ່າວ: ອົງການດັດສົມໂທລະຄົມມະນາຄົມ