ຄະນະສະຫະພັນແມ່ຍິງກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່່ສານ ໄດ້ຈັດອົບຝຶກຮົມວຽກງານ ປາຖະກະຖາ, ການນຳສະເໜີບົດ, ມາລະຍາດ ແລະ ພິທີການ ໃຫ້ແກ່ເອື້ອຍນ້ອງແມ່ຍິງ ທີ່ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ໃນລະຫວ່າງວັນທີ 14-16 ກັນຍາ 2016 ນີ້ ພາຍໃຕ້ການເປັນປະທານ ແລະ ໃຫ້ກຽດໄຂຊຸດຝຶກອົບຮົມ ໂດຍ ທ່ານ ທອງໃສ ຊານໄຊຍະ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງ ປທສ ແລະ ນັກວິທະຍາກອນຈາກກົມໂຄສະນາອົບຮົມ ແລະ ວັດທະນະທຳ, ສູນກາງສະຫະພັນແມ່ຍິງລາວ, ພ້ອມທັງມີຜູ້ເຂົ້າຮ່ວມຈາກບັນດາແມ່ຍິງຂອງກົມ, ສູນ, ສະຖາບັນ ແລະ ບໍລິສັດອ້ອມຂ້າງກະຊວງ ທັງໝົດ 100 ທ່ານ ເຂົ້າຮ່ວມ.
ໃນການຝຶກອົບຮົມຄັ້ງນີ້ປະກອບມີ 3 ບົດຮຽນສໍາຄັນຄື : ທັກສະໃນການປະຖະກະຖາ ແລະ ການນໍາສະເໜີບົດ, ວິທີການເປັນຄະນະຈັດຕັ້ງ ແລະ ມາລະຍາດ-ພິທີການ ໃຫ້ເອື້ອຍນ້ອງແມ່ຍິງກະຊວງ ປທສ ໄດ້ຍົກລະດັບຄວາມຮູ້ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ດ້ານການຄຸ້ມຄອງວຽກງານສະຫະພັນແມ່ຍິງກໍ່ຄືວຽກງານວິຊາສະເພາະ ໂດຍເນັ້ນໜັກການຮຽນຮູ້ທັກສະ, ຫຼັກການວິທີການທີ່ຖືກຕ້ອງໃນການປະຖະກະຖາ, ການນຳສະເໜີບົດ, ຮູ້ພັດທະນາ ແລະ ປັບປຸງຕົນເອງໃນການປະພຶດ, ປະຕິບັດໃຫ້ຖືກຕ້ອງ, ເໝາະສົມຕາມເງື່ອນໄຂ ແລະ ສະພາບເເວດລ້ອມຂອງສັງຄົມໃນແຕ່ລະຍຸກສະໄໝໃຫ້ມີຄວາມກ້າວໜ້າທຽບກັບສາກົນ.