04/01/2019

ເມື່ອບໍ່ດົນມານີ້, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຈັດຝຶກອົບຮົມສຳມະນາກ່ຽວກັບການກວດກາ ແລະ ຢັ້ງຢືນ ມາດຕະຖານເຕັກນິກອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມ ໃຫ້ລັດຖະກອນບັນດາພະແນກ ປທສ 06 ແຂວງພາກເໜືອ ຊຶ່ງຈັດຂື້ນໃນລະຫວ່າງວັນທີ 06-07 ທັນວາ ຜ່ານມານີ້, ທີ່ ແຂວງຫຼວງນ້ຳທາ ໂດຍການເປັນປະທານຂອງທ່ານ ຈະເລີນ ສີບຸນເຮືອງ ຮອງຫົວໜ້າກົມຄື້ນຄວາມຖີ່, ກະຊວງ ປທສ ມີບັນດາທ່ານຜູ້ຕາງໜ້າຄະນະພະແນກ ປທສ 06 ແຂວງພາກເໜືອ ພ້ອມດ້ວຍວິຊາການເຂົ້າຮ່ວມ.
ການຈັດຝຶກອົບຮົມໃນຄັ້ງນີ້ ກໍ່ເພື່ອໃຫ້ຜູ້ເຂົ້າຮ່ວມ ມີຄວາມຮູ້, ຄວາມເຂົ້າໃຈກ່ຽວກັບການສື່ສານຜ່ານດາວ ທຽມ, ລະບຽບຫຼັກການ, ມາດຕະການ ການກວດກາ ແລະ ຢັ້ງຢືນມາດຕະຖານເຕັກນິກອຸປະກອນຮັບສັນຍານໂທລະພາບຜ່ານດາວທຽມ ເພື່ອຮັບປະກັນຄວາມຖືກຕ້ອງຕາມມາດຕະຖານເຕັກນິກຂອງສາກົນ ທີ່ກະຊວງ ປທສ ໄດ້ຮັບຮອງນຳໃຊ້ເປັນເອກະພາບກັນ ໃນທົ່ວປະເທດ, ແນໃສ່ສ້າງຄວາມທັນສະໃໝ, ປອດໄພ ແລະ ຍຸຕິທໍາ, ສາມາດຮັບຊົມ, ຮັບຟັງຂໍ້ມູນຂ່າວສານຂອງພາຍໃນ, ພາກພື້ນ ແລະ ສາກົນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ.
ວຽກງານການສື່ສານຜ່ານດາວທຽມ ກໍ່ເປັນວຽກງານໜຶ່ງທີ່ມີຄວາມໝາຍຄວາມສຳຄັນໃນການພັດທະນາ ແລະ ສ້າງສາປະເທດຊາດ ທີ່ນຳໃຊ້ການສື່ສານຜ່ານດາວທຽມເຂົ້າໃນການຈັດຕັ້ງປະຕິບັດວຽກງານຕ່າງໆເຊັ່ນ: ວຽກງານການສຶກສາທາງໄກ, ປະຊຸມທາງໄກ, ລະບົບການສື່ສານສຸກເສີນ, ສາທາລະນະສຸກ, ວັດທະນາທຳ-ສັງຄົມ, ວິທະຍຸ-ໂທລະພາບ, ການສື່ສານຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ, ທະນາຄານ ແລະ ອື່ນໆ.
ພາບ + ຂ່າວ: ກົມຄື້ນຄວາມຖີ່, ກະຊວງ ປທສ.